ຂຽນໂດຍ: ສຳນັກພິມແຫ່ງຊາດຫວຽດນາມ, ແປໂດຍ: ຫງວຽນຕ໋ຽນງອກ
ພາຍຫລັງສິບປີແຫ່ງການປ່ຽນແປງໃຫມ່, ດ້ວຍການປະຕິບັດມະຕິ ກອງປະຊຸມໃຫຍ່ຂອງພັກສອງຄັ້ງ (ຄັ້ງທີ VI ແລະ ຄັ້ງທີ VII) ຢ່າງມີ ໄຊ, ປະຊາຊົນຫວຽດນາມໄດ້ຍາດເອົາຜົນສໍາເລັດອັນໃຫຍ່ໂຕໃນທຸກ ດ້ານ. ກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກກອມມູນິດຫວຽດນາມເຊິ່ງ ແມ່ນກອງປະຊຸມໃຫຍ່ສືບຕໍ່ພາລະກິດປ່ຽນແປງໃຫມ່ໃຫ້ປະເທດກ້າວຂຶ້ນ ຕາມເສັ້ນທາງສັງຄົມນິຍົມ. ກອງປະຊຸມໃຫຍ່ໄດ້ສຳຫລວດການປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ VII, ສະຫລຸບສິບປີແຫ່ງການປ່ຽນແປງໃຫມ່, ຖອດຖອນບົດຮຽນຕ່າງໆ, ວາງຈຸດຫມາຍ, ທິດທາງ, ຫນ້າທີ່ໃຫ້ທົ່ວພັກ, ທົ່ວປວງຊົນໃນໄລຍະໃຫມ່. Gratiba
ກອງປະຊຸມໃຫຍ່ຄັ້ງທີ VIII ມີຄວາມຫມາຍປະຫວັດສາດ, ເຊິ່ງຂີດ ຫມາຍບາດລ້ຽວຫັນປ່ຽນປະເທດມາສູ່ໄລຍະໃຫມ່-ໄລຍະຊຸກຍູ້ການຫັນ ເປັນອຸດສາຫະກຳ, ຫັນເປັນທັນສະໄຫມຢ່າງແຂງແຮງ.
ດ້ວຍຄວາມຫມາຍດັ່ງກ່າວ, ສຳນັກພິມການເມືອງແຫ່ງຊາດຂອງ ຫວຽດນາມ ແລະ ສຳນັກພິມແລະຈໍາຫນ່າຍປຶ້ມແຫ່ງລັດ ສປປລາວ