ຂຽນໂດຍ: ຄະນະກຳມະການຂອງກອງປະຊຸມວິຊາການ
ເນື່ອງຈາກວ່າ ກອງປະຊຸມ ສົນທະນາວ່າດ້ວຍ "ຜົນງານຂອງມະຫາສິລາ ວີຣະວົງ ໃນທັດສະນະຂອງນັກວິຊາການສອງຝັ່ງຂອງ" ເຊິ່ງທາງຄະນະກຳມະການ ວິທະຍາສາດສັງຄົມ, ສ.ປ.ປ.ລາວ ຈັດຂຶ້ນ ລະຫວ່າງວັນທີ ໒໐-໒໙ ເມສາ ໑໙໙໐ ນີ້ ໄດ້ຮັບຄວາມ ສົນໃຈຢ່າງກວ້າງຂວາງທັງຈາກບຸກຄົນທີ່ເຂົ້າຮ່ວມ ແລະ ຜູ້ໄດ້ຮູ້ຂ່າວຄາວ ຈາກຫນັງສືພິມ ແລະ ວິທະຍຸ, ຄະນະກ ຳມະການຈຶ່ງຈັດພິນລາຍງານຫຍໍ້ກອງປະຊຸມດັ່ງກ່າວໄວ້ ເພື່ອ ປະ ໂຫຍດຂອງວຽກງານການຄົ້ນຄວາທາງດ້ານສັງຄົມ ວັດທະນະທຳ ສືບຕໍ່ໄປທັງນີ້ໂດຍນຳສະເຫນີບົດອະພິປາຍຂອງແຕ່ລະຄົນ ແລະ ຄວາມຄິດຄວາມເຫັນຂອງຜູ້ເຂົ້າຝັງ ກໍ່ຄັດຫຍໍ້ນາພັນຮ່ວນໄວ້ນຳ.
ການປະຊຸມຄັ້ງນີ້ ເກີດຂຶ້ນໄດ້ໂດຍການຊີ້ນຳໂດຍກົງຂອງທ່ານ ສີຊະນະ ສີສານ ປະ ທານຄະນະກຳມະການວິທະຍາສາດສັງຄົນ ແລະ ຈາກການຮ່ວມມືຂອງຫ້ອງການ ຄ.ວ.ສ. ນັກຄົ້ນຄວາ ຈາກກະຊວງທະບວງກົນຕ່າງໆ ຕະຫລອດຂອດ ຄູອາຈານ ນັກສຶກ ສາຈາກມະຫາສາລະຄານ ຜູ້ໄດ້ສຶກສາ ແລະ ຊົມໃຊ້ຜົນງານຕ່າງໆ ຂອງທ່ານມະຫາສິລາ ມາເປັນເວລາຍາວນານເຊັ່ນກັນ ການແລກປ່ຽນທັດສະນະຈຶ່ງຫລາກຫລາຍອຸດົມສົມບູນ ມີ ຫລາຍແງ່ຫລາຍມູນ ມີເນື້ອໃນເລິກເຊິ່ງຫນ້າສຶກສາ,
ພວກເຂົາ ຂໍຂອບໃຈ ແລະ ຈົດຈຳບຸນຄຸນທຸກທ່ານ ທີ່ມີສ່ວນອຸປະຖຳຊຸກຍູ້ກອງປະຊຸມ ຄັ້ງນີ້ໃຫ້ມີຜົນສຳເລັດ.
ຫວັງວ່າປຶ້ມນ້ອຍເຫລັ້ມນີ້
ຈະຕອບສະຫນອງຄວາມຢາກຮູ້ຢາກສຶກສາຂອງນັກຂຽນ ຮູ້ ຄູອາຈານ ແລະ ປູພື້ນຖານໃຫ້ແກ່ວຽກງານຄົ້ນຄວ້າໄດ້ບໍ່ຫລາຍກໍຫນ້ອຍ.