...
ລະ​ບອບ​ການ​ສະ​ຫະ​ກອນ​ທີ່​ສີ​ວິ​ໄລ​ນັ້ນ-ແມ່ນ​ລະ​ບອບ​ສັງ​ຄົມ​ນິ​ຍົມ

ຂຽນ​ໂດຍ: ສຳ​ນັກ​ຂ່າວ​ສານ ໂນ​ໂວ​ສະ​ຕີ, ແປ​ໂດຍ: ນ. ຊີ​ລີ​ນາ, ກວດ​ແກ້​ໂດຍ: ສ.ຊະ​ນະ​ພານ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ຄຳເວົ້າຂອງ ວ.ອ. ເລນິນທີ່ໄດ້ຄັດເອົາມາເພື່ອພາດຫົວເລື່ອງໃຫ້ ແກ້ປຶ້ມນ້ອຍຫົວນີ້ນັ້ນ ເວົ້າໄດ້ວ່າ ແມ່ນສູດຊຶ່ງເປັນຜົນມາຈາກການຄົ້ນຄິດຂອງ ເພິ່ນເປັນເວລາຫລາຍປີ ກ່ຽວກັບການປະຕິບັດຕົວຈິງ ທາງດ້ານປະຫວັດສາດ ຂອງຂະບວນການສະຫະກອນ ຢູ່ໃນປະເທດລັດເຊຽ (ແລະຄວາມຈິງແລ້ວກໍບໍ່ ແມ່ນພຽງແຕ່ຢູ່ໃນປະເທດລັດເຊຽ), ກ່ຽວກັບຄວາມອາດສາມາດບົ່ມຊ້ອນຂອງ ຂະບວນການດັ່ງກ່າວເຊິ່ງໃນເວລານັ້ນມັນຍັງເປັນສິ່ງທີ່ບໍ່ຈະແຈ້ງສຳລັບບັນດາ ນັກທິດສະດີມາກຫລາຍໆຄົນ, ແລະກ່ຽວກັບທິດທາງແຫ່ງການຂະຫຍາຍຮູບແບບ ການຜະລິດແບບສະຫະກອນໃນອະນາຄົດ. ຄ ຳເວົ້າຂອງເລນິນທີ່ວ່ານັ້ນ ແມ່ນ ໄດ້ຂຽນໄວ້ຕັ້ງແຕ່ວັນທີ ໔ ມັງກອນປີ ໑໙໒໓ ພຸ້ນ. ນັ້ນແມ່ນໄລຍະ (ແຕ່ເດືອນ ມັງກອນເຖິງເດືອນມີນາ), ເຊິ່ງເປັນເວລາທີ່ເລນິນພວມຂຽນບົດຕ່າງໆທີ່ເປັນ ບົດສຸດທ້າຍຂອງຕົນຄື: ບົດ" ຈາກຫນ້າເຈ້ຽຂອງບັນທຶກປະຈຳວັນ", "ກ່ຽວກັບ ການປະຕິວັດຂອງພວກເຮົາ", "ພວກເຮົາຈະຈັດຕັ້ງຣາບກຣິນ ຄືນໃຫມ່ແນວ ອົງການກວດກາຂອງກຳມະກອນ-ຊາວນາ(ຣາບກຣິນ) ນັ້ນ ຄືອົງການກວດ……

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ