ຂຽນໂດຍ: ສຳນັກຂ່າວ ໂນໂວສະຕີ ແປໂດຍ: ອ. ມັດເວຍບ, ວ. ໂກຣນຟ, ກວດແກ້ໂດຍ: ມ.ສຸທຳມະວົງ
ທ່າທີ່ອັນມີສະຕິສ ຳນຶກຕໍ່ຊີວິດຮຽກຮ້ອງໃຫ້ແຕ່ລະຄົນຕ້ອງເຂົ້າໃຈ ຢາງຈະແຈ້ງ ເຖິງຄວາມຫມາຍຂອງຍຸກສະໄຫມປະຈຸບັນເຖິງທິດແຫ່ງຂະບວນວິວັດທະນະການຂອງປະ ຫວັດສາດ.
ສະຕະວັດທີ ໒໐ ແມ່ນສະຕະວັດແຫ່ງການປ່ຽນແປງອັນເລິກເຊິ່ງ ແລະ ວ່ອງໄວ
ໃນຊີວິດຂອງມວນມະນຸດອັນເປັນສາເຫດໃຫ້ສະຕະວັດທີ ໒໐ ຖືກຂະຫນານນາມ ຕ່າງໆ ນາໆແຕກຕ່າງກັນ.
ເມື່ອຕົ້ນສະຕະວັດນີ້ ພະລັງງານໄຟຟ້າໄດ້ຮັບການຫມູນໃຊ້ ຢາງ ກ້ວາງຂວາງໃນດ້ານວິທະຍາສາດແລະໃນຊີວິດປະຈ
ຳວັນ, ສະນັ້ນເພິ່ນຈຶ່ງໃສ່ຊື່
ສະຕະ ວັດນີ້ແມ່ນສະຕະວັດແຫ່ງໄຟຟ້າ. ຕໍ່ມາ ພວກນັກວິທະຍາສາດຟີຊິກໄດ້ເອີ້ນສະຕະວັດຂອງ ພວກເຮົາວ່າສະຕະວັດພະລັງງານປະລະມານູ, ພວກຂະນິດສາດໃສ່ຊື່ວ່າສະຕະວັດຂອງ ເຄື່ອງຈັກຄິດໄລ່, ພວກເຄມີໃສ່ຊື່ວ່າ ສະຕະວັດຂອງວັດຖຸສັງເຄາະ, ພວກດາລາສາດ ໃສ່ຊື່ວ່າສະຕະວັດຂອງການບິນອະວະກາດ.
ຊື່ແຕ່ລະຢ່າງທີ່ເວົ້າມາແມ່ນຖືກຕ້ອງ. ເຖິງ ແມ່ນວ່າການຄົ້ນພົບທາງວິທະຍາສາດມີຄວາມຫມາຍສ
ຳຄັນຍິ່ງກໍດີແຕ່ກໍບໍ່ສາມາດ ກ ຳນົດ ທິດທາງໃຫຍ່ແຫ່ງການຂະຫຍາຍຕົວຂອງສັງຄົມໄດ້. ວິທະຍາສາດເອງ
ແລະ ການຫມູນ ໃຊ້ວິທະຍາສາດແມ່ນຂຶ້ນກັບລະບອບສັງຄົມ, ຂຶ້ນກັບກຸ່ມທີ່ກຳອຳນາດໃນສັງຄົມໃດສັງຄົມ ຫນຶ່ງ, ຂຶ້ນກັບການຂະຫຍສຍຕົວຂອງສັງຄົມນັ້ນແມ່ນຮັບໃຊ້ຜົນປະໂຫຽດຂອງໃຜ
-ຮັບໃຊ້…