ຂຽນໂດຍ: ຄະນະຈັດຕັ້ງສູນກາງພັກ
ບົດ ໂອ້ລົມ
ຂອງສະຫາຍ ເລຂາທິການໃຫຍ່
ຕໍ່ກອງປະຊຸມຈັດຕັ້ງທົ່ວປະເທດ ຄັ້ງທີ່ ໖ ໃນວັນທີ່ ໒໔ ເມສາ ໑໙໘໔ (ທີ່ນະຄອນຫລວງວຽງຈັນ )
ສະຫາຍທີ່ຮັກແພງທັງຫລາຍ,
ມື້ນີ້,
ບັນດາສະຫາຍໄດ້ມາຮ່ວມກອງປະຊຸມຈັດຕັ້ງທົ່ວ ປະ ເທດຄັ້ງທີ່ ໖ ເຊິ່ງເປັນກອງປະຊຸມຈັດຕັ້ງທົ່ວປະເທດເທື່ອທຳ
ອິດ ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ່ III ຂອງພັກ.
ຄືດັ່ງບັນດາສະຫາຍໄດ້ຮູ້ແລ້ວ, ກອງປະຊຸມໃຫຍ່ຄັ້ງທີ່ III
ແຕ່ ຂອງພັກໄດ້ສະຫລຸບສັງລວມໜ້າທີ່ຂອງການປະຕິວັດໃນໄລຍະ ກອງປະຊຸມໃຫຍ່ຄັ້ງທີ່ II ມາຮອດປີ ໑໙໘໑, ກອງປະຊຸມໃຫຍ່ກໍ່ ໄດ້ວາງແນວທາງປະຕິວັດ, ທິດນ ຳ, ຫລັກການກ່ຽວກັບການ ກໍ່ ສ້າງພັກ ໃນໄລຍະໃຫມ່ຂອງການປະຕິວັດ, ວາງໜ້າທີ່ແຜນການ ໔ ປີແຫ່ງລັດເທື່ອທີໜຶ່ງ ແລະຫນ້າທີ່ກໍ່ສ້າງພັກແນໃສ່ຮັບປະກັນການ
ສ ຳເລັດຫນ້າທີ່ແຜນການດັ່ງກ່າວນັ້ນ. ພາຍຫລັງກອງປະຊຸມໃຫຍ່-ສູນກາງໄດ້ເປີດກອງປະຊຸມຫລາຍຄັ້ງ
ໂດຍເຮັດໃຫ້ແນວທາງລວມ ກາຍເປັນຫນ້າທີ່ການເມືອງ,
ຫນ້າທີ່ວຽກງານແນວຄິດ, ວຽກງານ…..