...
ເຈົ້າ​ ສຸ​ພາ​ນຸ​ວົງ ຜູ້​ນຳ​ປະ​ຕິ​ວັດ

ຂຽນ​ໂດຍ:

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ເພື່ອເປັນການສະເຫລີມສະຫລອງປະທານສຸພານຸວົງມີອາຍຸຄົບ ຮອບ 80 ປີ, ເມື່ອເດືອນມິຖຸນາ-ກໍລະກົດປີນີ້ບັນດາວາລະສານ, ຫນັງສືພິມ ໄດ້ພິມເຜີຍແຜ່ບົດຂຽນຂອງຄົນລາວ ແລະຄົນຕ່າງປະ ເທດຈໍານວນຫລວງຫລາຍ. ໂດຍຕອບສະຫນອງຕໍ່ຄວາມຮຽກຮ້ອງ ຕ້ອງການຂອງທ່ານຜູ້ອ່ານທັງຫລາຍ, ພວກຂ້າພະເຈົ້າໄດ້ຮີບໂຮມ ບົດຂຽນເຫລົ່ານີ້ເຂົ້າກັນ ແລະຈັດພິມອອກເປັນປຶ້ມເຫລັ້ມນີ້.

ປື້ມເຫລັ້ມນີ້ຈະຊ່ວຍໃຫ້ພວກເຮົາເຂົ້າໃຈ ໄດ້ຢ່າງແຈ່ມແຈ້ງຂຶ້ນ ຕື່ມກ່ຽວກັບຊີວິດ ແລະພາລະກິດ ຂອງທ່ານປະທານສຸພານຸວົງ,-ຫນຶ່ງໃນບັນດາຜູ້ນຳທີ່ດີເລີດ ແລະ ມີອິດທິພົນອັນໃຫຍ່ຫລວງຂອງ ພັກ ກໍຄືຂອງຊາດເຮົາ.

ບົດຂຽນເຫລົ່ານີ້ ມີຫລາຍສີສັນຕ່າງກັນ, ສັງເກດບັນຫາ ຈາກ ຫລາຍແງ່ມຸມຕ່າງກັນ. ແຕ່ລະບົດ ກໍສະແດງໃຫ້ເຫັນດ້ານ ຕ່າງໆ ກ່ຽວກັບຊີວິດການເຄື່ອນໄຫວປະຕິວັດກໍຄືຊີວິດປະຈຳວັນຂອງທ່ານ ປະທານຕັ້ງແຕ່ເຍົາໄວຈົນເຖິງວັນນີ້. ມີບາງບົດຂຽນກໍເວົ້າແບບ ສັງລວມກ່ຽວກັບການອຸທິດຂອງທ່ານປະທານ ສຸພານຸວົງ, ກ່ຽວກັບ ບົດບາດອັນໃຫຍ່ຫລວງຂອງທ່ານ ໃນປະຫວັດສາດແຫ່ງການປະຕິ ວັດຂອງປະເທດເຮົາ.

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 1,999 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ