ຂຽນໂດຍ: ຄະນະໂຄສະນາອົບຮົມສູນກາງພັກ
ໃນປະຫວັດສາດຍຸກປະຈຸບັນ ຂອງປະເທດເຮົາ, ທຸກໜາດ ກ້າວເດີນ ແລະ ທຸກໄຊຊະນະຂອງຊາດເຮົາ ໄດ້ຕິດພັນກັບ ການນ ຳພາອັນສະຫລາດສອງໃສຂອງພັກປະຊາຊົນປະຕິວັດລາວເສືບທອດພາ ລະກິດອັນສະຫງາງາມຂອງພັກກອມມູນິດອິນດູຈີນຢ່າງສົມກຽດ. ການນ ຳພາຂອງພັກ ໄດສະແດງອອກໃນການໝູນໃຊລັດທິມາກ - ເລນິນ ເຂົ້າໃນສະພາບການຕົວຈິງ ຢູ່ໃນປະເທດເຮົາຢ່າງປະດິດສ້າງ ແລ້ວ ວາງແນວທາງ ການປະຕິວັດຊາດ-ປະຊາທິປະໄຕ ແລະ ແນວທາງ ສາງສັງຄົມນິຍົມ.
ສະຫາຍ ໄກສອນ ພົມວິຫານ ໃນຖານະທີ່ເປັນເລຂາທິການ ໃຫຽຂອງພັກເຮົາ ນັບແຕ່ມື້ສ້າງຕັ້ງພັກ ຈົນມາເຖິງວາລະສຸດທ້າຍຂອງເພີ່ນ ໄດ້ຍົກໃຫ້ເຫັນຢ່າງເດັ່ນຊັດບັນດາບັນຫາຕົ້ນຕໍ ແລະເປັນພື້ນ ຖານ ກວ່າທຸ ກ່ຽວກັບເແນວທາງອັນຖືກຕອງຂອງພັກເຮົາ ທັງໃນ ໒ ໄລຍະ ຂອງ ການປະຕິວັດ ເຊິ່ງສະແດງອອກຢູ່ໃນບົດນິພົນ ຕາງໆ ຂອງ ເພິ່ນ. ເພື່ອຊ່ວຍໃຫ້ ພະນັກງານ, ສະມາຊິກພັກເຮົາຕົ້ນຄວ້າ ຮຳຮຽນ, ເຊື່ອມຊຶມ ແລະ ກຳເເໝນ ແນວທາງຂອງພັກ ແລະ ພຶດຕິກຳປະຕິວັດຂອງປະເທດເຮົາ, ແນໃສ່ ເຊີດຊູຫລ ັກໝັ້ນ, ທັດສະນະຂອງຊົນຊັ້ນກຳມະກອນ, ເພີ່ມທະວີຄວາມສາມາດໃນການນຳພາ ແລະປະຕິບັດໜ້າທີ່ວຽກງານຂອງຕົນ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ ຂອງການປະຕິວັດປະເທດເຮົາ ໃນໄລຍະປະຈຸບັນ ປົກປັກຮັກສາປະເທດຊາດໄວໃໝັ້ນຄົງ ແລະ ກໍສາງສັງຄົມນິຍົມໃຫ້ສຳເລັດຜົນ, ໃນການປະຕິບັດພັນທະສາກົນອັນສະຫງ່າງາມຂອງພວກເຮົາ.