ຂຽນໂດຍ: ດວງໄຊ ຫຼວງພະສີ
ຄະນະອຳນວຍການສຳນັກພິມຈຳຫນ່າຍຊາວຫນຸ່ມຂອງພວກເຮົາໄດ້ຮັບກຽດຢ່າງສູງ, ຈັດພິມປຶ້ມ " ຊີວິດແລະການ ເຄື່ອນໄຫວວຽກງານ" ຂອງທ່ານນາງທອງວິນ ພົມວິຫານກຳມະການສູນກາງພັກ, ສະມາຊິກສະພາປະຊາຊົນສູງສຸດເລຂາທິການທີ່ຫນຶ່ງ ຄະນະບໍລິຫານງານສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ
ພວກເຮົາໄດ້ຕີລາຄາສູງຕໍ່ເນື້ອໃນຊີວິດສ່ວນຕົວຂອງທ່ານ ນາງທອງວັນ ພົມວິຫານ, ທີ່ມີສ່ວນຜູກພັນຢູ່ກັບຫນ້າປະຫວັດສາດແຫ່ງການປະຕິວັດຂອງຊາດລາວເຮົາຕະຫລອດ 40 ປີ ເຕັມ, ນັບແຕ່ທ່ານມີອາຍຸພຽງ 12 ປີກໍໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ປະຕິວັດແລ້ວ.
ປຶ້ມ " ຊີວິດ ແລະ ການເຄື່ອນໄຫວວຽກງານ" ຂອງ ທ່ານ ນາງ
ທອງວັນ ພົມວິຫານ, ຈຶ່ງບໍ່ພຽງແຕ່ອ່ານແລ້ວໄດ້ຮູ້ເຖິງ
ເສັ້ນທາງຊີວິດອັນຍາວໄກຂອງທ່ານ, ຫາກຍັງຈະຮູໄດແຕ່ລະໄລຍະຂອງການປະຕິວັດ, ຄວາມລະອິດລະອຽວຂອງຊີວິດ, ເຊິ່ງ ຄົນຜູຫນຶ່ງກໍຄືປະຫວັດສາດອັນຫນຶ່ງທີ່ຜູກພັນຢູ່ກັບ
ປະຫວັດສາດ ລວມຂອງປະເທດຊາດ. ດັ່ງນັ້ນ,
ເສັ້ນທາງຊີວິດຂອງຄົນຜູຫນຶ່ງ ກໍຄືເອກະສານເຫລັ້ມຫນຶ່ງ, ຄືຕຳລາຫົວຫນຶ່ງ ແລະ ຄືບົດຮຽນໃຫ່ຍ ແລະ ຍາວບົດຫນຶ່ງເພື່ອສຶກສາອົບຮົມຄົນຮຸ່ນຫລັງທີ່ເກີດໃຫມໃຫຍລຸນ…...