ຂຽນໂດຍ: ຫຸມເພັງ ລັດຕະນະວົງ
ຈາກຜົນຂອງການຄົ້ນຄ້ວາຕົວຈິງ ບັນດານັກປາດສາດ ສະດາຈານໃນໂລກຢືນຢັນວ່າ
ຫນ່ວຍ ໂລກເຮົາຢູ່ສູ່ມື້ນີ້ມີມາ ປະ ມານ 4.000
ລ້ານປີແລ້ວ. ໃນເວລາທໍາອິດບໍ່ມີອັນໃດຈະມີ ຊີວິດຢູ່ໄດ້. ຫລັງຈາກນັ້ນ ປະມານ 2.000 ລ້ານປີ ຈຶ່ງປະກົດ ມີສັດຫຼາຍປະເພດທີ່ມີຮູບຮ່າງແບບບໍ່ເປັນຕົນເປັນ
ໂຕເກີດຂຶ້ນ. ສັດຈ ໍາພວກນີ້ ໄດ້ເຕີບໃຫຍ ່ຂະຫຍາຍຕົວຜ ່ານໄລຍະຍາວ ແສນຍາວ ຈາກບ່ອນບໍ່ເປັນຕົນເປັນ
ໂຕຄ່ອຍໆມີສ່ວນປະກອບ ທີ່ສັບສົນ, ຈາກສັດປະເພດຂັ້ນຕໍ່ໄດ້ຂະຫຍາຍຂຶ້ນເປັນສັດປະ
ເພດຂັ້ນສູງ. ຄົນເຮົາກຳເນີດມາຈາກມະນຸດທະນີເຊິ່ງເປັນສັດ ທີ່ມີການຂະຫຍາຍຕົວສູງກ່ວາຫມູ່ໃນຍາມນັ້ນ
ໂດຍຜ່ານການ ອອກແຮງງານຕັ້ງເປັນແສນໆປີ. ບັນດານັກວິທະຍາສາດຝ່າຍ ວັດຖຸບູຮານຄາດຄະເນວ ່າ
ທະນີທີ່ກາຍມາເປັນຄົນໃນໄລຍະ ໃກ້ໆກ່ວາຫມູ່ທີ່ສຸດກໍກິນເວລາ ປະມານ 3 ລ້ານປີ…