ຂຽນໂດຍ: ໂຮງພິມແຫ່ງລັດ, ຄະນະໂຄສະນາອົບຮົມສູນກາງພັກ
ໃນທ່າມກາງບັນຍາກາດ ທີ່ທົ່ວພັກ ທົ່ວປວງຊົນເຮົາຊື່ນຊົມເບີກບານຕໍ່ຜົນສໍາເລັດ
ອັນສໍາຄັນໃນຫລາຍດ້ານ ທີ່ບັນລຸໄດ້ໃນການດໍາເນີນ ພາລະກິດປ່ຽນແປງໃຫມ່, ມື້ນີ້ກອງ ປະຊຸມໃຫຍ່ຄັ້ງທີ VI ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ
!
ໃນນາມຄະນະບໍລິຫານງານສູນກາງພັກ ແລະ ຄະນະປະທານ ກອງປະຊຸມໃຫຍ່, ຂ້າພະເຈົ້າ ຂໍສະແດງຄວາມຄໍານັບຊົມເຊີຍອັນອົບອຸ່ນ
ບັນດາສະຫາຍຜູ່ແທນ ເຊິ່ງເປັນຕົວ ແທນ ໃຫ້ແກ່ສະມາຊິກພັກ ໃນທົ່ວປະເທດກວ່າ 78.000 ສະຫາຍ ຢ່າງສຸດອົກສຸດໃຈ
! ຂໍນະມັດສະການ ພະເຖລານຸເຖລະ ແລະຂໍສະແດງຄວາມຄໍານັບຊົມເຊີຍ ບັນດາສະຫາຍ ພະນັກງານ ສະມາຊິກພັກອາວຸໂສ
ແລະແຂກພາຍໃນປະເທດ ທີ່ໄດ້ມາຮ່ວມ ກອງປະຊຸມ ໃຫຍ່ຂອງພວກເຮົາໃນຄັ້ງນີ້ ຢ່າງສຸດອົກສຸດໃຈ
!