ຂຽນໂດຍ: ປິ ໂຣກອຟ
ລະບົບສັງຄົມນິຍົມແຫ່ງໂລກ ແມ່ນວົງຄະນາຍາດ ປະຊາຊາດອິດສະຫລະທັງຫລາຍ ທີ່ເປັນເຈົ້າຕົນເອງ, ເດີນຕາມ ເສັ້ນທາງສັງຄົມນິຍົມ ແລະ ກອມມູນິດ, ພວກເຂົາເຕົ້າໂຮມ ເຂົ້າກັນ ດ້ວຍຜົນປະໂຫຍດ ແລະ ເປົ້າຫມາຍອັນດຽວກັນດ້ວຍ ສາຍຜູກພັນແຫ່ງຄວາມສາມັກຄີແບບສາກົນ. ຢູ່ໃນຂອບເຂດ-ຂອງລະບົບນີ້ ເຫັນໄດ້ວ່າ ການແບ່ງປັນແຮງງານສາກົນແບບສັງຄົມນິຍົມ ໄດ້ກໍ່ຕົວຂຶ້ນ ແລະ ນັບມື້ນັບເລິກເຊິ່ງຂຶ້ນຢ່າງບໍ່ຢຸດຢັ້ງ, ຕະຫລາດໂລກອິດສະຫລະປະກອບຕົວຂຶ້ນ ແລະ ການຮ່ວມມືອັນສະຫນິດແຫນ້ນທາງດ້ານເສດຖະກິດ, ການເມືອງ ແລະ ວັດທະນະທຳ ກໍເກີດຂຶ້ນທັງໄດ້ຜ່ານການຂະຫຍາຍຕົວມາໄລຍະຫນຶ່ງແລ້ວ.
ລຸນຫລັງມະຫາປະຕິວັດສັງຄົມນິຍົມ ເດືອນຕຸລາ ແລະ ໄຊຊະນະຂອງລະບອບສັງຄົມນິຍົມຢູ່ສະຫະພາບໂຊວຽດແລ້ວການ
ກໍ່ຕັ້ງລະບົບສັງຄົມນິຍົມແຫ່ງໂລກນັບວ່າແມ່ນປະກົດການ….