ຂຽນໂດຍ: ໄກສອນ ພົມວິຫານ
ໃນໂອກາດຄົບຮອບ ໒໔ ປີ ແຫ່ງການສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວທີ່ສະຫງ່າອົງອາດ, ພວກເຮົາໄດ້ພິມຈ ຳຫນ່າຍປຶ້ມ "ບາງ ບົດຮຽນຕົ້ນຕໍ ແລະ ບາງບັນຫາພື້ນຖານ ກ່ຽວກັບທິດທາງ ຫນ້າທີ່ໃຫມ່ ຂອງການປະຕິວັດລາວ” ຂຽນໂດຍ ສະຫາຍ ໄກສອນ ພົມວິຫານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ນາຍົກລັດຖະມົນຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ປຶ້ມຫົວນີ້ເປັນເອກະສານສຳຄັນທີ່ສຸດ ເຊິ່ງຜູ້ຂຽນໄດ້ອີງໃສ່ມະຕິຄຳສັ່ງຕ່າງໆ
ຂອງພັກ, ລວບລວມຈາກມູນເຊື້ອ ອັນອົງອາດກ້າແກ່ນ
ບໍ່ອ່ອນຍອມຂອງຊາດເຮົາໃນເມື່ອກ່ອນກໍ່ຄືການຕໍ່ສູ້ອັນດຸເດືອດຂ້ຽວຂາດ ຕ້ານຈັກກະພັດຝະລັ່ງ
ແລະ ອາເມລິກາໃນ ໓໐ ປີທີ່ຜ່ານມາ ຂອງປະ ຊາຊົນ ບັນດາຊົນຊາດລາວເຮົາ ສົມທົບກັບພຶດຕິກຳ ແລະ
ບົດຮຽນຕໍ່ສູ້ອັນອຸດົມຮັ່ງມີຂອງຂະບວນການປະຕິວັດໂລກ, ຖອດຖອນເປັນຂໍ້ສະຫຼຸບ ທີ່ເປັນພື້ນຖານ, ເປັນລະບົບ ແລະ ຄົບຖ້ວນພໍຄວນ ກ່ຽວກັບແນວທາງ
ຍຸດທະສາດ, ຍຸດໂທບາຍ ແລະ
ວິທີປະຕິວັດ ຂອງພັກ ທັງໄດ້ຮັບການ ຢັ້ງຢືນຈາກທິດສະດີ ແລະ ພຶດຕິກຳຢ່າງພຽງພໍ....