ຂຽນໂດຍ: ຄະນະຈັດຕັ້ງສູນກາງພັກ
ຄວາມເຫັນຂອງສະຫາຍ ໄກສອນ ພົມວິຫານ ປະທານຄະນະບໍລິຫານງານສູນກາງພັກໃນກອງປະຊຸມຈັດຕັ້ງທົ່ວປະເທດຄັ້ງທີ 7 ( ວຽງຈັນ, ວັນທີ 17 ທັນວາ 1991)
1. ເພີ່ມທະວີວຽກງານສ້າງພັກ, ເຮັດໃຫ້ພັກເຮົາຫນັກແຫນ້ນເຂັ້ມແຂງ ທັງໃນດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງ, ເຊີດຊູບົດບາດ ຂອງພັກໃນຖານະເປັນແກນນ ຳຂອງລະບົບການເມືອງ.
- ປັດຈຸບັນສະຖານະການຂອງໂລກ
ພວມຜັນແປໄປຢ່າງສັບສົນ ແລະ ສົ່ງຜົນກະທົບອັນບໍ່ດີຕໍ່ຂະບວນການປະຕິວັດ ແລະ ກ້າວຫນ້າໃນໂລກ.
ພວກ ເຂົາພວມສຸມໃສ່ດ ຳເນີນສົງຄາມຫັນປ່ຽນໂດຍສັນຕິຢ່າງຮອບດ້ານຕໍ່ປະເທດ ເຮົາ, ໃນນັ້ນເປົ້າຫມາຍບຸກໂຈມຕີກ່ອນອື່ນຫມົດແມ່ນພັກເຮົາ
ເພື່ອກ້າວ ໄປເຖິງບ່ອນໂຄ່ນລົ້ມລະບອບຂອງພວກເຮົາ.
ດັ່ງນັ້ນ,
ພັກເຮົາໃນຖານະເປັນພັກກ ຳອ ຳນາດ ແມ່ນມີຄວາມຮັບຜິດ ຊອບ ໂດຍກົງຕໍ່ການຄົງຕົວ ແລະ ຂະຫຍາຍຕົວຂອງລະບອບໃຫມ່ໃນປະ
ເທດເຮົາ. ສິ່ງດັ່ງກ່າວຊີ້ບອກວ່າພວກເຮົາຈ ຳເປັນຕ້ອງເພີ່ມທະວີການກໍ່ສ້າງ ພັກໃຫ້ຫນັກແຫນ້ນ, ເຂັ້ມແຂງ ທັງໃນດ້ານການເມືອງແນວຄິດ ແລະ ການ