ຂຽນໂດຍ: ມະຫາ ສີລາ ວິລະວົງ
ເຈົ້າເພັດຊະຣາດ ເປັນຜູ້ຫນຶ່ງໃນຂະບວນການຕໍ່ສູ້ ເພື່ອເອກະຣາດ ຂອງຊາດລາວ ໃນຊຸມປີ 1940 ຜົນງານການຕໍ່ສູ້ຂອງເຈົ້າເພັດຊະຣາດ ເປັນທີ່ຮູ້ຈັກດີໃນຫມູ່ຄົນລາວ ແລະ ຊາວຕ່າງປະເທດ ສະນັ້ນ ການສະເຫນີ ຊີວະປະຫວັດຂອງ ເຈົ້າເພັດຊະຣາດ ເຊິ່ງ ມະຫາສິລາ ວີຣະວົງ ຜູ້ເຄີຍໃກ້ຊິດ ຕິດແທດກັບເພິ່ນໄດ້ແຕ່ງໄວ້ນີ້ ຈະເປັນປະໂຫຍດແກ່ຜູ້ອ່ານ ແລະ ວົງການ ຄົ້ນຄວ້າທົ່ວໄປ.
ຜູ້ອ່ານຄົງຈະໄດ້ອ່ານ ປະຫວັດເຈົ້າ ສຸພານຸວົງ ໂດຍຄະນະກຳມະການ ວິທະຍາສາດສັງຄົມ ປີ 1990 ມາແລ້ວ, ສະນັ້ນເພື່ອຄວາມເຂົ້າໃຈຕື່ມ ກ່ຽວກັບຂະບວນການຕໍ່ສູ້ ເພື່ອເອກະຣາດ ໃນຊຸມປີ 1940 ຈຶ່ງຄວນອ່ານ ປະຫວັດເຈົ້າເພັດຊະຣາດນີ້ອີກ. ເຈົ້າເພັດຊະຣາດເປັນເຊື້ອເຈົ້າ ທີ່ຮັກຊາດ ຜູ້ຫນຶ່ງ ມີການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງໃນຮູບແບບທີ່ອາດຄົ້ນຫາມາໄດ້.
ຂ້າພະເຈົ້າ ຂໍຂອບໃຈນໍາ ນາງດວງເດືອນ ບຸນຍາວົງ ລູກສາວຂອງ ມະຫາສິລາ ວີຣະວົງ ທີ່ໄດ້ນໍາເອົາຕົ້ນສະບັບຂອງປຶ້ມນີ້ ມາໃຫ້ຂ້າພະເຈົ້າເບິ່ງ ເພື່ອພິມເຜີຍແຜ່ຕໍ່ໄປ.