ຂຽນໂດຍ: ຄຳມອນ ຈັນທະຈິດ
ປະທານໄກສອນ ພົມວິຫານ ແມ່ນນັກຮັກຊາດທີ່ຍິ່ງໃຫຍ່, ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ນັກປະຕິວັດ ສຸດກົກສຸດປາຍ, ຮັບໃຊ້ປະຊາຊົນຢ່າງໝົດຈິດໝົດໃຈ, ມີຄວາມດຸໝັ່ນຂະຫຍັນພຽນ, ຊອກຮູ້ຮໍ່າຮຽນຢ່າງບໍ່ ຢຸດຢັ້ງ, ມີທັດສະນະມະຫາຊົນ, ເປັນໃຈກາງເຕົ້າໂຮມຄວາມສາມັກຄີ ແລະມີຈິດໃຈສາກົນອັນຜ່ອງໃສ.
ເພິ່ນ ເປັນລູກຜູ້ປະເສີດຂອງປະຊາຊົນ ລາວບັນດາເຜົ່າ, ແມ່ນນັກປະຕິວັດຜູ້ດີເລີດ, ເພິ່ນເປັນຜູ້ນໍາສູງສຸດຂອງການ ປະຕິວັດທີ່ມີຄວາມປີຊາສາມາດ, ມີຄວາມສະຫຼາດຫຼັກແຫຼມ, ມີໄຫວພິບອັນແຫຼມຄົມ ແລະມີນໍ້າໃຈຕໍ່ສູ້ເດັດ
ດ່ຽວໜຽວແໜ້ນ, ເປັນຜູ້ນໍາທີ່ເຄົາລົບ
ຮັກຂອງພັກ, ຂອງລັດ, ຂອງປະຊາຊົນ ແລະເປັນວິລະບູລຸດຂອງຊາດ ລາວເຮົາ.
ພາລະກິດ ແລະຊີວິດຂອງປະທານ ໄກສອນ ພົມວິຫານ ແມ່ນໄດ້ປະກອບສ່ວນເຂົ້າໃນການປະຕິວັດ ລາວນັບແຕ່ອາຍຸ 15 ປີ, ນັບຕັ້ງແຕ່ຍັງຮຽນຢູ່ໂຮງຮຽນເບືອຍ, ສສ ຫວຽດນາມ; ເພິ່ນໄດ້ມີຄວາມຕື່ນຕົວ ເຂົ້າຮ່ວມເຮັດການປະຕິວັດເດີນຕາມແນວທາງຂອງພັກກອມມູນິດອິນດູຈີນແຕ່ ປີ 1935. ປະທານ ເປັນບຸກ ຄົນທີ່ມີນໍ້າໃຈຮັກຊາດຢ່າງດູດດື່ມ, ຮັກຫອມປະຊາຊົນບັນດາເຜົ່າ, ເວລາໃດກໍຕໍ່ສູ້ເພື່ອຄວາມ ເປັນເອກະລາດ, ອິດສະຫຼະພາບແຫ່ງຊາດ ຢ່າງບໍ່ຮູ້ອິດເມື່ອຍ; ອຸທິດກໍາລັງວັງຊາ, ສະຕິປັນຍາ, ຄວາມສາມາດເຂົ້າໃນການນໍາ ພາ ແລະບັນຊາກໍາລັງປະກອບອາວຸດຍາດໄດ້ໄຊຊະນະຫຼາຍບັນຮົບຢ່າງຕໍ່ເນື່ອງ.....