...
ໄກ​ສອນ​ ພົມ​ວິ​ຫານ ​ຊາວ​ໜຸ່ມ​ຈົ່ງ​ເປັນ​ນົກ​ອິນ​ຊີ​ ທີ່​ບໍ່​ຫວັ່ນ​ກົວ​ຕໍ່​ພາ​ຍຸ​ລົມ​ແດງ, ຈົ່ງ​ກາຍ​ເປັນ​ສິນ​ໄຊ​ຂອງ​ຍຸກ​ສະ​ໄໝ​ພວກ​ເຮົາ

ຂຽນ​ໂດຍ: ​ໄກ​ສອນ ພົມ​ວິ​ຫານ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ມື້ນີ້ ຊາວຫນຸ່ມລາວທີ່ມີກຽດສະຫງ່າຂອງພວກເຮົາ ພາກັນດ ຳ ເນີນກອງປະຊຸມໃຫຍ່ປະຫວັດສາດຄັ້ງທີ່ຫນຶ່ງຂອງຕົນ. ໃນທ່າມກາງ ຄວາມເບີກບານມ່ວນຊື່ນຂອງປະຊາຊົນໃນທົ່ວປະເທດ ຕໍ່ຮຸນລູກຫຼານ ທີ່ຖະຫນອມຮັກຂອງຕົນ ເຊິ່ງມີການອຸທິດອັນດີເດັ່ນເຂົ້າໃນພາລະກິດ ຂອງຊາດນັ້ນ, ໃນນາມຄະນະບໍລິຫານງານສູນກາງພັກ, ຂ້າພະເຈົ້າ ຂໍສະແດງຄວາມຂ່ ຳນັບຕໍ່ບັນດາຜູ້ແທນກອງປະຊຸມໃຫຍ່ຄັ້ງທີ 9 ຂອງ ຄະນະຊາວຫນຸ່ມປະຊາຊົນປະຕິວັດລາວ ແລະຜານບັນດາສະຫາຍສົ່ງ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະຄວາມຮັກແພງ ອັນເລິກ ເຊິ່ງໄປຍັງຊາວຫນຸ່ມ, ເຍົາວະຊົນ ແລະ ອະນຸຊົນເຜົ່າຕ່າງໆ ຢ່າງສຸດອົກສຸດໃຈ ແລະຂໍອວຍພອນໃຫ້ກອງປະຊຸມຂອງພວກສະຫາຍ ໃນຄັ້ງນີ້ ຈົ່ງບັນລຸຜົນຢ່າງສະຫງ່າງາມ.

ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍບັນດາຜູ້ແທນຂອງພັກ, ສະພາປະຊາຊົນສູງສຸດ, ສະພາລັດຖະມົນຕີ, ແນວລາວສ້າງຊາດ ສະຫະພັນກຳມະບານ, ສະມາຄົມແມ່ຍິງ, ບັນດານັກຮົບຜູ້ອາວຸໂສ, ບັນດາວິລະຊົນ, ນັກຮົບແຂງຂັນ... ທີ່ໄດ້ເປັນຫວງເປັນໄຍນຳ ຄົນ ຮຸນຫນຸ່ມ ແລະນຳເອົາຄວາມຮັກແພງເຊື່ອຫມັ້ນອັນເລິກເຊິ່ງ ແລະ ຄວາມປຸກລະດົມໃຈອັນໃຫຍ່ຫລວງມາສຸກອງປະຊຸມໃຫຍຢ່າງສຸດ ອົກ ສຸດໃຈ.

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ