...
ໄກ​ສອນ​ ພົມ​ວິ​ຫານ​ ດັດ​ແປ​ງ​ໃໝ່​ຢ່າງ​ຮອບ​ດ້ານ ​ຍາດ​ເອົາ​ໄຊ​ຊະ​ນະ​ໃໝ່

ຂຽນ​ໂດຍ: ໄກ​ສອນ ພົມ​ວິ​ຫານ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ມືນີ, ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຕາງໜ້າຄະນະບໍລິຫານງານ ສູນກາງພັກ ແລະ ສະພາລັດຖະມົນຕີ ມາ ຮ່ວມ ກອງປະຊຸມສາມັນ ຂອງສະພາປະຊາຊົນສູງສຸດ ປະຈໍາ ປີ 1988.

 

ກ່ອນອື່ນ, ຂ້າພະເຈົ້າ ຂໍສົ່ງພອນປີໃໝ່ ອັນປະເສີດຂອງ ຄະນະ ບໍລິຫານງານ ສູນກາງພັກ, ຂອງສະພາ ລັດຖະມົນຕີ ແລະ ຂອງສ່ວນຕົວ ຂ້າພະເຈົ້າ ມາຍັງ ບັນດາ ທ່ານ ແລະ ໂດຍຜ່ານ ບັນດາທ່ານ ຂໍສົ່ງ ພອນປີໃໝ່ ອັນປະເສີດ ແລະ ຄວາມຢ້ຽມຢາມ ຖາມຂ່າວ ອັນສະໜິດສະໜົມ ໄປຍັງພີ່ນ້ອງ ຮ່ວມຊາດເຜົ່າ ຕ່າງໆ, ໄປຍັງພະນັກງານ, ນັກຮົບ, ພາລະ ກອນທຸກຖ້ວນໜ້າດ້ວຍ.

ໃນໂອກາດນີ້, ຂ້າພະເຈົ້າຂໍແຈ້ງຂ່າວຕໍ່ສະພາປະຊາຊົນ ສູງສຸດ ກ່ຽວກັບເນື້ອໃນ ແລະ ຈິດໃຈ ສໍາຄັນ ຂອງກອງປະ ຊຸມຄົບຄະນະ ຂອງຄະນະບໍລິຫານງານ ສູນກາງພັກ ຄັ້ງທີ 5 (ສະໄໝທີ IV ) ແລະ ກອງປະຊຸມ ສະພາລັດຖະມົນຕີ ທີ່ຫາ ກໍ່ສິ້ນສຸດລົງດ້ວຍຜົນສໍາເລັດອັນສະຫງ່າງາມໃນທ້າຍເດືອຍ ມັງກອນ 1988 ນີ້. ບົນພື້ນຖານ ເຊື່ອມຊຶມ ແນວທາງ ແລະ ຈິນຕະນາການໃໝ່ ທີ່ ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ວາງອອກນັ້ນ, ກອງປະຊຸມຄົບຄະນະຂອງສູນກາງພັກ ແລະ ກອງປະຊຸມສະພາລັດຖະມົນຕີ ໄດ້ໄຈ້ແຍກສະພາບການຂອງ ໂລກ ແລະ ພາກພື້ນອາຊີ ອາຄະເນ ໃນປີ 1987 ຢ່າງເລິກ

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ