...
ປະ​ຫວັດ ​ພັກ​ປະ​ຊາ​ຊົນ ​ປະ​ຕິ​ວັດ​ລາວ ​ໂດຍ​ສັງ​ເຂບ

ຂຽນ​ໂດຍ: ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ

ລາ​ຄາ: 50,000 ກີບ
ຈຳ​ນວນ​ສິນ​ຄ້າ​ທີ່​ມີ: 10

ໃນເວລາກວ່າເຄິ່ງສະຕະວັດທີ່ຜ່ານມາ, ໂດຍພາຍໃຕ້ການນ ຳພາ ຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນດາເຜົ່າ ໄດ້ສ້າງໜ້າ ປະຊາຊົນ ປະຫວັດສາດໃໝ່ທີ່ສະຫວ່າງສະໄຫວທີ່ສຸດໃຫ້ແກ່ຊາດລາວ; ລາວ ໄດ້ຕໍ່ສູ້ຜາບແພ້ຈັກກະພັດລ່າເມືອງຂຶ້ນໃຫຍ່ 2 ໂຕ (ທັງຈັກກະພັດ ລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່), ລົບລ້າງລະບອບລາຊາທິປະໄຕ ທີ່ພົ້ນສະໄໝ; ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວຂຶ້ນ; ປະເທດລາວ ຈາກບ່ອນຕົກເປັນເມືອງຂຶ້ນຂອງພວກຈັກກະພັດ ໄດ້ກາຍເປັນປະເທດເອກະລາດ ແລະ ເອກະພາບ; ປະຊາຊົນລາວບັນດາ ເຜົ່າ ຈາກຖານະເປັນຂ້ອຍຂ້າຂອງພວກຈັກກະພັດ ແລະ ສັກດິນາ ໄດ້ ກາຍມາເປັນເຈົ້າຂອງປະເທດຊາດ ເຈົ້າຂອງສັງຄົມຢ່າງແທ້ຈິງ ແລະ ພວມ ກຽມເງື່ອນໄຂທຸກດ້ານ ເພື່ອພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິ ຍົມ.

ຜ່ານຂະບວນວິວັດແຫ່ງການນ ຳພາການປະຕິວັດ, ພັກປະຊາຊົນ ປະຕິວັດລາວ ຍາມໃດກໍ່ໄດ້ເອົາໃຈໃສ່ຝຶກຝົນຫລໍ່ຫລອມ, ກໍ່ສ້າງຕົນເອງ ເຮັດໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ; ຮັກສາໄດ້ທາດແທ້ພັກ ແບບໃໝ່ຂອງຊົນຊັ້ນກ ຳມະກອນ, ມີຄວາມປີຊາສາມາດ, ສະຫລາດສ່ອງ ໃສ ໃນການນ ຳພາການປະຕິວັດລາວ, ສົມກຽດເປັນກອງນ ຳໜ້າປະຕິວັດ ທີ່ເດັດດ່ຽວໜຽວແໜ້ນຂອງຊົນຊັ້ນກຳມະກອນ, ຂອງປະຊາຊົນຜູ້ອອກ ແຮງງານ ແລະ ຂອງຊາດລາວ, ເປັນຜູ້ຈັດຕັ້ງ ແລະ ນ ຳພາທຸກໄຊຊະນະ ຂອງການປະຕິວັດລາວ....

ປື້ມ​ທີ່​ກ່ຽວ​ຂ້ອງ

...
ລາ​ຄາ : 50,000 ກີບ
...
ລາ​ຄາ : 50,000 ກີບ
...
ລາ​ຄາ : 20,000 ກີບ
...
ລາ​ຄາ : 50,000 ກີບ