ຂຽນໂດຍ: ວາລະສາອາລຸນໃໝ່, ພິມທີ່ໂຮງພິມແຫ່ງລັດ
ມື້ນີ້ ແມ່ນມື້ທີ່ມີຄວາມສຳຄັນເປັນພິເສດ ໃນການເຄື່ອນໄຫວນຳພາຂອງ
ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າຂອງພວກເຮົາ. ໂດຍປະຕິບັດຢ່າງຖືກຕ້ອງຕາມກົດລະບຽບຂອງພັກ, ພວກເຮົາໄດ້ເລີ່ມຕົ້ນດຳເນີນກອງປະຊຸມໃຫຍ່ ຄັ້ງທີ
IX ຢ່າງເປັນທາງການ.
ນະໂອກາດອັນມີຄວາມໝາຍນີ້, ໃນນາມຄະນະບໍລິຫານງານສູນກາງພັກ ກໍ່ ຄືຄະນະປະທານກອງປະຊຸມໃຫຍ່
ຂ້າພະເຈົ້າຂໍສະແດງຄວາມຄຳນັບຊົມເຊີຍ ບັນດາສະຫາຍຜູ້ແທນ ທີ່ຕາງຫນ້າສະມາຊິກພັກທັງໝົດ ຈຳນວນກວ່າ
191.700 ກວ່າສະຫາຍໃນທົ່ວປະເທດ ທີ່ໄດ້ມາເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້.
ບັນດາ ສະຫາຍ ໄດ້ນຳເອົາອາລົມຈິດປະຕິວັດ ແລະ ຄວາມເຊື່ອຫມັ້ນຂອງສະມາຊິກພັກ-ພະນັກງານ, ທະຫານ, ຕຳຫລວດ,
ປະຊາຊົນບັນດາເຜົ່າ, ບັນດາຊັ້ນຄົນ, ຈາກທຸກອົງການຂະແໜງການອ້ອມຂ້າງສູນກາງ, ຈາກທຸກທ້ອງຖິ່ນຮາກຖານ….